ເຂົ້າຮ່ວມກອງປະຊຸມທາງໄກ ອາຊຽນ-ຈີນ ຂອງໜ່ວຍງານຍ່ອຍ ດ້ານ ມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ຄັ້ງທີ 6 (The 6th ASEAN-CHINA FTA-SC-STRACAP)

0
211

ໃນວັນທີ 16 ກໍລະກົດ 2020 ນີ້ ກົມມາດຕະຖານ ແລະ ວັດແທກໄດ້ເຂົ້າຮ່ວມກອງປະຊຸມທາງໄກ ອາຊຽນ-ຈີນ ຂອງໜ່ວຍງານຍ່ອຍ ດ້ານ ມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ຄັ້ງທີ 6 (The 6th ASEAN-CHINA FTA-SC-STRACAP) ເຊີ່ງ ກອງເລຂາອາຊຽນເປັນເຈົ້າພາບໃນການຈັດກອງປະຊຸມດັ່ງກ່າວ, ຈຸດປະສົງແມ່ນເພື່ອ ປຶກສາຫາລືຂອບການຮ່ວມມືການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ກ່ຽວຂ້ອງກັບວຽກງານມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ກັບ ສປ ຈິນ. ເຊີ່ງໃນການປະຊຸມດັ່ງກ່າວແມ່ນໄດ້ກຳນົດເປົ້າໝາຍລະອຽດດັ່ງນີ້:

  1. ອໍານວຍຄວາມສະດວກ ແລະ ສົ່ງເສີມ ການຄ້າ ລະຫວ່າງປະເທດສະມາຊິກ ເພື່ອສ້າງຄວາມໝັ້ນໃຈວ່າລະບຽບການເຕັກນິກ, ມາດຕະຖານ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງຈະບໍ່ເປັນສິ່ງກີດຂວາງທາງດ້ານການຄ້າ
  2. ສົ່ງເສີມການຮ່ວມມືລວມທັງການແລກປ່ຽນຂໍ້ມູນ ທີ່ກ່ຽວຂ້ອງໃນການ ກະກຽມ, ຮັບຮອງ ແລະ ການນຳໃຊ້ ມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາໜື່ງມື້, ທີ່ຫ້ອງປະຊຸມກົມມາດຕະຖານ ແລະ ວັດແທກ

LEAVE A REPLY

Please enter your comment!
Please enter your name here