ລົງກວດກາຄຸນນະພາບຜະລິດຕະພັນສິນຄ້າປະເພດຂໍ້ຕໍ່ທໍ່PVC ຂອງໂຮງງານ ທໍ່ນໍ້າລາວ ແລະ ເຫຼັກເສັ້ນກົມ ຂອງໂຮງງານຮ່ວມມືໄຊຊະນະ ເພື່ອຢັ້ງຢືນ ແລະ ອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດລາວ

0
138

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2020 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດ ດ້ານວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫຼວງວຽງຈັນ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນຂໍໍ້ຕໍ່ທໍ່ຂອງໂຮງງານ ທໍ່ນ້ຳລາວ, ຕັ້ງຢູ່ບ້ານ ນາແຄຄຳ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ເຊີ່ງນໍາພາໂດຍ ທ່ານ ນາງ ເພັດມະນີ ຄໍາມະນີໄຊ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ.

ໃນການລົງກວດກາຕົວຈິງທາງຄະນະກຳມະການໄດ້ກວດກາທາງດ້ານເອກະສານ, ຕິດຕາມເບິ່ງຂະບວນການຜະລິດ ແລະ ສຸມເກັບເອົາຕົວຢ່າງຂໍ້ຕໍ່ທໍ່PVC(ຂໍ່ຕໍ່ຊື່), ຝາຄອບPVC(ສີຟ້າ), ກ້າມປູPVC(ສີເຫຼືອງ), ກິບຈັບທໍ່PVC(ສີຟ້າ), ສາມຕາລົດ, ຂໍ້ຕໍ່ທໍ່ຊື່ລົດPVC(ສີຟ້າ), ຂໍ້ງໍລົດPVC(ສີຟ້າ) ແລະ ສາມຕາປະເພດ: ສາມຕາກຽວໃນPVC(ສີຟ້າ) ແລະ ສາມຕາPVC(ສີເຫຼືອງ) ເພື່ອມາກວດສອບຢູ່ຫ້ອງທົດລອງໃນການສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ພິຈາລະນາອອກໃບຢັ້ງຢືນຄຸນນະພາບ ໃຫ້ແກ່ໂຮງງານດັ່ງກ່າວ.

ເຊີ່ງໃນຕອນບ່າຍຂອງວັນດຽວກັນ ທາງຄະນະກຳມະການຍັງໄດ້ສືບຕໍ່ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນເຫຼັກເສັ້ນຂອງໂຮງງານ ຮ່ວມມືໄຊຊະນະ, ຕັ້ງຢູ່ບ້ານ ສະພັງຄະນົງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ເຊີ່ງກໍ່ໄດ້ປະຕິບັດຕາມລະບຽບການໃນການກວດກາທາງດ້ານເອກະສານ, ກວດກາເບິ່ງຂະບວນການຜະລິດ ແລະ ສຸມເກັບເອົາຕົວຢ່າງຂອງຜະລິດຕະພັນເຫຼັກເສັ້ນກົມປະເພດ ຟີ06 ແລະ ເຫຼັກເສັ້ນກົມປະເພດ ຟີ08 ມາກວດສອບຢູ່ຫ້ອງທົດລອງເພື່ອສົມທຽບໃສ່ກັບມາດຕະຖານແຫ່ງຊາດເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ພິຈາລະນາອອກໃບອະນຸຍາດນໍາໃຊ້ກາໝາຍມາດຕະຖານ ໃຫ້ແກ່ໂຮງງານດັ່ງກ່າວ.

ເພື່ອຕອບສະໜອງຕາມການສະເໜີຂອງໂຮງງານດັ່ງກ່າວ ແລະ ປະຕິບັດຕາມລະບຽບການໃນການຂໍການຢັ້ງຢືນ ແລະ ອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດລາວ ຫຼື (ມລ) ໃຫ້ຖືກຕ້ອງ ແລະ ຊັດເຈນ, ເພື່ອເກັບກໍາສະພາບການ ແລະ ຊຸກຍູ້, ປັບປຸງຄຸນນະພາບຜະລິດຕະພັນຂອງພາກສ່ວນດັ່ງກ່າວ ເພື່ອຍົກສູງໃຫ້ສິນຄ້າທີ່ຜະລິດ ແລະ ຈໍາໜ່າຍຢູ່ໃນ ສປປລາວ ເປັນສິນຄ້າທີໄດ້ມາດຕະຖານ ຮັບປະກັນດ້ານຄຸນນະພາບ ກ້າວໄປທຽບເທົ່າລະດັບສາກົນ ໃຫ້ເປັນທີ່ຍອມຮັບທົ່ວສັງຄົມ.

ຮູບພາບ ແລະ ບົດຂ່າວ: ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ

 

LEAVE A REPLY

Please enter your comment!
Please enter your name here