ສູນວັດແທກລົງຕິດຕາມກວດສອບປະລິມານສຸດທິຜະລິດຕະພັນນໍ້າດື່ມ ຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນ ໂລມາຄຳ ທີ່ແຂວງ ສະຫວັນນະເຂດ

0
538

ໃນວັນທີ23 ມິຖຸນາ 2020 ສູນວັດແທກ, ກົມມາດຕະຖານ ແລະ ວັດແທກ ຍັງໄດ້ສືບຕໍ່ລົງເຄື່ອນໄຫວວຽກງານຕິດຕາມກວດສອບສິນຄ້າຫຸ້ມຫໍ່ ໂດຍສົມທົບກັບພະແນກວິທະຍາສາດ ແຂວງ ສະຫວັນນະເຂດ ໃນການກວດສອບປະລິມານສຸດທິບັນຈຸໃນສິນຄ້າຫຸ້ມຫໍ່ ປະເພດ ຜະລິດຕະພັນນໍ້າດື່ມ ຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນ ໂລມາຄຳ ຕັ້ງຢູ່ບ້ານລັດຕະນະລັງສີໃຕ້ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ

ເຊີ່ງຄະນະກຳມະການໄດ້ທຳການກວດສອບບໍລິມາດສຸດທິຂອງຜະລິດຕະພັນນ້ຳດື່ມທັງໝົດ 5 ຂະຫນາດ ຄື ນໍ້າດື່ມຂະໜາດ 250ml, 330ml, 600ml, 1500ml ແລະ 2500ml. ຜ່ານການກວດສອບຕົວຈິງເຫັນວ່ານ້ຳຫນັກ ແລະ ບໍລິມາດທີ່ບັນຈຸ ແມ່ນໄດ້ເຕັມຕາມມາດຕະຖານທີ່ກຳນົດໄວ້.

ທາງຄະນະກຳມະການຈື່ງໄດ້ມີການແນະນຳໃຫ້ບໍລິສັດດັ່ງກ່າວຮັກສາມາດຕະຖານໃນການຜະລິດນີ້ໄວ້ເພື່ອໃຫ້ສັງຄົມ ກໍ່ຄືຜູ້ບໍລິໂພກ ໄດ້ຮັບຄວາມຍຸດຕິທຳ ທັງເປັນການສ້າງເງື່ອນໄຂອັນສະດວກໃນການຊື້-ຂາຍ ບໍ່ໃຫ້ເອົາລັດເອົາປຽບລະຫວ່າງຜູ້ຊື້, ຜູ້ຂາຍ ແລະ ລະຫວ່າງໂຮງງານກັບໂຮງງານ.

ຮູບພາບ ແລະ ບົດຂ່າວ: ສູນວັດແທກ

LEAVE A REPLY

Please enter your comment!
Please enter your name here