ສະພາມາດຕະຖານແຫ່ງຊາດຈັດກອງປະຊຸມສາມັນປະຈຳປີຂອງຕົນຂື້ນ ພ້ອມທັງຮັບຮອງເອົາຮ່າງມາດຕະຖານ ໄຟຟ້າ-ເອເລັກໂຕຼນິກສາກົນ(IEC) 54 ລາຍການ ມາເປັນມາດຕະຖານແຫ່ງຊາດ ແລະ ຮ່າງບັນຊີລາຍການມາດຕະຖານສະມັກໃຈ 111 ລາຍການມາເປັນມາດຕະຖານແບບບັງຄັບ.

0
471

ໃນວັນທີ 16–17 ທັນວາ 2020ນີ້, ພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມ “ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ເພື່ອຮັບຮອງເອົາຮ່າງມາດຕະຖານ ໄຟຟ້າ-ເອເລັກໂຕຼນິກສາກົນ ມາເປັນມາເປັນມາດຕະຖານແຫ່ງຊາດ, ຮ່າງບັນຊີລາຍການມາດຕະຖານສະມັກໃຈທີ່ຈະຖືກປະກາດໃຊ້ເປັນມາດຕະຖານແບບບັງຄັບ ເພື່ອເປັນມາດຕະຖານແຫ່ງຊາດ ໃນຂັ້ນສະພາມາດຕະຖານແຫ່ງຊາດ ແລະ ກອງປະຊຸມສາມັນປະຈຳປີຂອງສະພາມາດຕະຖານແຫ່ງຊາດ”. ທີ່ຫ້ອງປະຊຸມໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ບຸນຕີ ທະມິດ ປະທານສະພາມາດຕະຖານແຫ່ງຊາດ, ຮອງລັດທະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍຮອງປະທານ ແລະ ຄະນະສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ​ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ບໍລິສັດ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ ຈຳນວນ 35 ກວ່າທ່ານ.

ຈຸດປະສົງຂອງການປະຊຸມ ຄັ້ງນີ້ ແມ່ນເພື່ອແນໃສ່ “ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ເພື່ອຮັບຮອງເອົາຮ່າງມາດຕະຖານ ໄຟຟ້າ-ເອເລັກໂຕຼນິກສາກົນ (IEC) ຈໍານວນ 54 ລາຍການ, ຮ່າງບັນຊີລາຍການມາດຕະຖານສະມັກໃຈທີ່ຈະຖືກປະກາດໃຊ້ເປັນມາດຕະຖານແບບບັງຄັບໃນ 3 ຂົງເຂດຜະລິດຕະພັນເຊັ່ນ: ຜະລິດຕະພັນນ້ຳມັນເຊື້ອໄຟ ແລະ ອາຍແກັດ, ຜະລິດຕະພັນໄຟຟ້າ-ເອເລັກໂຕຼນິກ ແລະ ຜະລິດຕະພັນວັດສະດຸກໍ່ສ້າງ ເພື່ອເປັນມາດຕະຖານແຫ່ງຊາດ ຈຳນວນ 111 ລາຍການ ໃນຂັ້ນສະພາມາດຕະຖານແຫ່ງຊາດ. ການປະຊຸມໃນຄັ້ງນີ້ ແມ່ນໄດ້ອີງຕາມສະພາບການຕົວຈິງໃນປັດຈຸບັນເຫັນວ່າ 3 ຂົງເຂດຜະລິດຕະພັນມີຜົນກະທົບຕໍ່ກັບຄວາມປອດໄພທາງດ້ານສຸຂະພາບຂອງຄົນ, ເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ເຖີງແມ່ນວ່າຜ່ານມາໄດ້ມີມາດຕະຖານແຫ່ງຊາດແລ້ວກໍ່ຕາມ ແຕ່ວ່າມາດຕະຖານດັ່ງກ່າວເປັນມາດຕະຖານແບບສະມັກໃຈ, ເຮັດໃຫ້ບາງໂຮງຈັກໂຮງງານ, ຜູ້ຜະລິດ ຫຼື ຜູ້ນຳເຂົ້າ-ສົ່ງອອກຍັງບໍ່ສອດຄ່ອງຕາມລະບຽບການ, ມາດຕະຖານ ແລະ ຄຸນນະພາບ ແລະ ມີຜົນກະທົບຕໍ່ເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ກໍ່ຄືຜູ້ຊົມໃຊ້. ດ້ວຍຄວາມຮັບຜິດຊອບຢ່າງສູງກໍ່ໄດ້ພ້ອມກັນສຸມໃສ່ປະກອບຄຳຄິເຫັນເພື່ອເຮັດໃຫ້ຮ່າງມາດຕະຖານ ສະບັບນີ້ໃຫ້ສົມບູນ.

ໂອກາດດັ່ງກ່າວ, ຍັງໄດ້ເປີດກອງປະຊຸມສາມັນປະຈຳປີ ຂອງສະພາມາດຕະຖານແຫ່ງຊາດ ປະຈຳປີ ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອເປັນການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານຂອງມາດຕະຖານແຫ່ງຊາດໃນໄລຍະ 03 ທີ່ຜ່ານມາ, ກົນໄກການເຄື່ອນໄຫວວຽກງານ ແລະ ຍັງມີວຽກງານດ້ານການຮ່ວມມືກັບອົງການຈັດຕັ້ງຕ່າງໆຂອງອາຊຽນ, ພາກພື້ນ ແລະ ສາກົນ. ແລະ ຍັງໄດ້ແນ່ໃສ່ການປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວວຽກງານປະຈໍາປີ ເຊິ່ງມີທັງຂໍ້ສະດວກ, ບັນຫາ, ສິ່ງທ້າທາຍ ແລະ ການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆຂອງການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເພື່ອເປັນການປັບປຸງວຽກງານແຜນການເຄື່ອນໄຫວໄລຍະ 03 ໃນຕໍ່ໜ້າຂອງສະພາມາດຕະຖານພວກເຮົາໃຫ້ນັບມື້ນັບດີຂຶ້ນ.

ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລື ແລະ ສາມາດສັງລວມເນື້ອໃນໄດ້ດັ່ງນີ້:

ສະພາມາດຕະຖານແຫ່ງຊາດ ສະໄໝປະຈຸບັນມີໂຄງຮ່າງປະກອບມີ ປະທານ, ຮອງປະທານ, ຄະນະກໍາມະການທັງໝົດ 35 ທ່ານ ທີ່ໄດ້ເປັນຜູ້ຕາງໜ້າມາຈາກກະຊວງ, ຂະແໜງການ ທີ່ກ່ຽວຂ້ອງຕ່າງໆ ເພື່ອຮ່ວມກັນດຳເນີນການເຄື່ອນໄຫວຕາມພາລະບົດບາດ ຂອງຕົນທີ່ໄດ້ກຳນົດໄວ້ ເປັນຕົ້ນໄດ້ປະກອບສ່ວນໃນການສ້າງບັນດານິຕິກຳຕ່າງໆ. ສະພາມາດຕະຖານແຫ່ງຊາດ ໄດ້ແຕ່ງຕັ້ງ 17 ຄະນະກໍາມະການເຕັກນິກແຫ່ງຊາດໃນແຕ່ລະຂົງເຂດຜະລິດຕະພັນ ເພື່ອເປັນເງື່ອນໄຂສຳລັບການເຊື່ອມໂຍງກັບອົງການຈັດຕັ້ງຕ່າງໆຂອງພາກພື້ນ ແລະ ສາກົນ. ນອກນັ້ນຍັງໄດ້ມີການສ້າງ, ດັດແກ້  ແລະ ຮັບຮອງເອົາມາດຕະຖານແຫ່ງຊາດເຊິ່ງລວມກັບຈຳນວນມາດຕະຖານທີ່ປະກາດໃຊ້ຢ່າງເປັນທາງການມີທັງໝົດ 442 ມາດຕະຖານແຫ່ງຊາດໃນຂົງເຂດຜະລິດຕະພັນຕ່າງໆ ແລະ ຍັງສາມາດຂຶ້ນທະບຽນກວດກາ, ຄຸນນະພາບຜະລິດຕະພັນ ແລະ ສິນຄ້າໄດ້ຈໍານວນ 111 ລາຍການ ແລະ ຍັງສາມາດອະນຸຍາດໃຫ້ບໍລິສັດນໍາໃຊ້ກາໝາຍມາດຕະຖານໄດ້ຈໍານວນ 38 ລາຍການ ໂດຍສະເພາະແມ່ນການຍົກລະດັບການເປັນສະມາຊິກອົງການມາດຕະຖານສາກົນ ຫຼື ISO ຈາກ ສະມາຊິກຜູ້ສັງເກດການ ເປັນ ສະມາຊິກເຄິ່ງສົມບູນ ແລະ ຍັງໄດ້ເຊັນສັນຍາຮ່ວມມືກັບອົງການມາດຕະຖານຂອງປະເທດສະຫະລັດອາເມລິກາ ຫຼື ASTM ແລະ ຍັງໄດ້ເຂົ້າຮ່ວມຢູ່ໃນຄະນະກຳມະທິການເຕັກນິກດ້ານໄຟຟ້າ-ເອເລັກໂຕຣນິກປະຈຳພາກພື້ນອາຊຽນ, ໜ່ວຍງານວັດສະດຸກໍ່ສ້າງອາຊຽນ. ນອກນັ້ນ ຍັງເຂົ້າຮ່ວມການເຄື່ອນໄຫວກັບຄະນະກໍາມະການທີ່ປຶກສາທາງດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ ຫຼື ACCSQ ກໍ່ຄືໜ່ວຍງານວິຊາການດ້ານຕ່າງໆ ທີ່ໄດ້ເຂົ້າຮ່ວມເປັນປະຊາຄົມເສດຖະກິດ ອາຊຽນ ຫຼື AEC.

ຮູບພາບ ແລະ ບົດຂ່າວ: ພະແນກມາດຕະຖານແຫ່ງຊາດ

 

LEAVE A REPLY

Please enter your comment!
Please enter your name here