ກອງປະຊຸມຝຶກອົບຮົມຄູຝຶກພາຍໃຕ້ຫົວຂໍ້: ການຈັດຕັ້ງປະຕິບັດມາດຕະຖານສາກົນ ISO 14001:2015 ວ່າດ້ວຍລະບົບການບໍລິຫານຄຸ້ມຄອງສິ່ງແວດລ້ອມ ໃນລະຫວ່າງວັນທີ 08-18 ພະຈິກ 2021 ທີ່ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ

0
552

ໃນ​ວັນ​ທີ 08-18 ພະຈິກ 2021 ຂື້ນທີ່​ໂຮງ​ແຮມ​ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ມີການ​ຈັດ​ກອງປະຊຸມຝຶກອົບຮົມກ່ຽວກັບ ການຈັດຕັ້ງປະຕິບັດມາດຕະຖານ  ISO14001:2015​ ວ່າດ້ວຍລະບົບການບໍລິຫານຄຸ້ມຄອງສິ່ງແວດລ້ອມ, ໃຫ້​ກຽດ​ເປີ​ດພິທີກອງ​ປະຊຸມ​ຝຶກອົບຮົມໂດຍ ທ່ານນາງ ນິສິດ ຄຳມູນເຮືອງ ຮອງ​ຫົວໜ້າ​ກົ​ມມາດຕະຖານ ​ແລະ ວັດ​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມ​ດຽວກັນນັ້ນກໍຍັງໄດ້ຮັບກຽດເປັນປະທານຮ່ວມໂດຍທ່ານ ໂຈຊົວ ອອນຊັນ ຜູ້ຊ່ວຍວຽກຄຸ້ມຄອງໂຄງການ ແລະ ນັກວິໄຈແຜນງານ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ນະໂຍບາຍເພື່ອການດຳເນີນທຸລະກິດ-ການສົ່ງເສີມຄຸນນະພາບທາງດ້ານການຄ້າສາກົນ (ITC), ພ້ອມດ້ວຍພະນັກງານ​ຈາກ​ຂະແໜງການທີ່ກ່ຽວຂ້ອງ.

ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ດຳເນີນເປັນເວລາ 9 ວັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ ຈາກບັນດາຜູ້ມີສ່ວນຮ່ວມທັງພາກລັດ ແລະ ເອກະຊົນ ໂດຍມີຈຸດປະສົງເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຂະແໜງການທີ່ກ່ຽວຂ້ອງ ເພື່ອນຳເອົາຄວາມຮູ້ກ່ຽວກັບວຽກງານການບໍລິຫານຄຸ້ມຄອງສິ່ງແວດລ້ອມໄປຖ່າຍທອດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສອດຄ່ອງກັບມາດຕະຖານສາກົນ ISO14001:2015. ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ຮັບການບັນຍາຍໂດຍຊ່ຽວຊານຈາກໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຮົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງອາຊຽນ-ARISE PLUS, ທັງນີ້ເພື່ອເປັນການສົ່ງເສີມບົດບາດຄວາມສຳຄັນຂອງການຄຸ້ມຄອງສິ່ງແວດລ້ອມໃຫ້ຊຶມເລິກໃນທຸກຂົງເຂດວຽກງານ ແນໃສ່ຮັບປະກັນຄວາມປອດໄພຕໍ່ຊີວິດ, ສັງຄົມ ແລະ ສິ່ງແວດລ້ອມ ແທດເໝາະກັບແນວທາງນະໂຍບາຍການພັດທະນາແບບຍືນຍົງ.

ເວົ້າລວມແລ້ວວຽກງານການຄຸ້ມຄອງສິ່ງແວດລ້ອມແມ່ນມີບົດບາດສຳຄັນໃນເວທີສາກົນຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ເນື່ອງຈາກຜົນກະທົບທາງສິ່ງແວດລ້ອມຫຼາກຫຼາຍຮູບແບບແມ່ນສົ່ງຜົນທາງກົງ ແລະ ທາງອ້ອມຕໍ່ຂະບວນການພັດທະນາ. ສະນັ້ນ, ຫຼາຍປະເທດຈຶ່ງໃຫ້ຄວາມສຳຄັນ ແລະ ສົ່ງເສີມວຽກງານການບໍລິຫານຄຸ້ມຄອງສິ່ງແວດລ້ອມເຂົ້າໃນທຸກຂົງເຂດວຽກງານແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານລົບຕໍ່ຊີວິດ, ສັງຄົມ ແລະ ການພັດທະນາອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here