ພິທີມອບ-ຮັບ ໃບຢັ້ງຢືນການກວດສອບຄຸນນະພາບອຸປະກອນເຄື່ອງສາຍລັງສີເອັກສະເລ ແລະ ເຄື່ອງ CT Scanner ທາງດ້ານການແພດໃຫ້ ແກ່ໂຮງໝໍ ຮ່າໂນ້ຍ-ວຽງຈັນ, ສັນຕິພາບ ໂປລີຄຼີນິກ ແລະ ສູນການແພດບົ່ງມະຕິພະຍາດສາກົນ (IMDC)

0
317

ໃນວັນທີ 13 ກໍລະກົດ 2022 ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີ ມອບຮັບ ໃບຢັ້ງຢືນການກວດສອບຄຸນນະພາບອຸປະກອນເຄື່ອງສາຍລັງສີເອັກສະເລແລະ ເຄື່ອງ CT Scanner ທາງດ້ານການແພດໃຫ້ ແກ່ໂຮງໝໍ ຮ່າໂນ້ຍວຽງຈັນ, ສັນຕິພາບ ໂປລີ ຄຼີນິກ ແລະ ສູນການແພດບົ່ງມະຕິພະຍາດສາກົນ (IMDC) ຢູ່ທີ່ຫ້ອງປະຊຸມ ກົມມາດຕະຖານ ແລະ ວັດແທກ, ເຊິ່ງໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ . ສົມພອນໄຊ ວົງດາລາ ຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ພ້ອມນີ້ກໍ່ມີພະນັກງານສູນກວດສອບຄຸນພະພາບແບບບໍ່ທຳລາຍ ແລະ ຜູ້ຕາງໜ້າຈາກບັນດາໂຮງໝໍທັງ 3 ພາກສ່ວນ ເຂົ້າຮ່ວມ, ວຽກງານການກວດສອບຄຸນນະພາບເຄື່ອງເອັກສະເລທາງການແພດ ກໍ່ແມ່ນວຽກງານໜຶ່ງທີ່ກົມມາດຕະຖານ ແລະ ວັດແທກ ມີພາລະບົດບາດໃນການຄຸ້ມຄອງ, ກວດສອບ ແລະ ຢັ້ງຢືນ ໂດຍສະເພາະແມ່ນສູນກວດສອບຄຸນນະພາບແບບບໍ່ທຳລາຍ ເພື່ອແນໃສ່ຮັບປະກັນຄວາມປອດໄພ ການນຳໃຊ້ເຄື່ອງສາຍລັງສີຕໍ່ກັບຄົນເຈັບ ແລະ ແພດໝໍທີ່ນຳໃຊ້ເຄື່ອງໃຫ້ໄດ້ຮັບສານເຄມີແລະ ປະລິມານລັງສີໜ້ອຍທີ່ສຸດ ພ້ອມທັງການຕິດຕັ້ງເຄື່ອງອຸປະກອນເອັກສະເລໃນຫ້ອງກວດໄດ້ຕາມມາດຕະຖານ ເພື່ອຊຸກຍູ້ສົ່ງເສີມການນຳໃຊ້ເຄື່ອງເອັກສະເລໃຫ້ໄດ້ຄຸນນະພາ ແລະ ມີປະສິດທິພາບສູງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ທຸລະກິດການບໍລິການຮັກສາສຸຂະພາບພາຍໃນໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດສັງຄົມ ຂອງຊາດ.

LEAVE A REPLY

Please enter your comment!
Please enter your name here