ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນະພາບແຫ່ງຊາດ ລົງຕິດຕາມກວດກາເກັບຕົວຢ່າງ ຜະລິດຕະພັນສັງກະສີຂອງບໍລິສັດ ສັນຕິພາບ ສັງກະສີລາວ ຈໍາກັດ ເພື່ອຕໍ່ອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
348

ສູນຢັ້ງຢື້ນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ໂດຍມີການປະສານສົມທົບກັບຄະນະກໍາມະການເຕັກນິກແຮງຊາດ ດ້ານວັດສະດຸກໍ່ສ້າງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ , ພະແນກອຸດສາຫະກໍາການຄ້າ ນະຄອນຫຼວງ ໄດ້ລົງກວດກາ ແລະ ເກັບຕົວຢ່າງ ຜະລິດຕະພັນສັງກະສີ ຕັ້ງຢູ່ທີ່ບ້ານ ໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂດຍອີງຕາມການສະເໜີເຈດຈຳນົງມາຂອງບໍລິສັດດັ່ງກ່າວ ໃນການຂໍຕໍ່ອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ.

ທ່ານ ນາງເພັດມະນີ ຄໍາມະນີໄຊ  ຮອງຫົວໜ້າສູນຢັ້ງຢື້ນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ໃນນາມຜູ້ນຳພາໃນການລົງເຮັດວຽກໃນຄັ້ງນີ້ກໍ່ໄດ້ອະທິບາຍໃຫ້ຮູ້ວ່າ ໃນການການລົງມາເຮັດວຽກຮ່ວມກັບບໍລິສັດໃນຄັ້ງນີ້ກໍ່ໄດ້ຜ່ານການຄົ້ນຄ້ວາຮ່ວມກັບທາງຄະນະກຳມະການພາກສ່ວນກ່ຽວຂ້ອງຕາມການສະເໜີຂອງບໍລິສັດເພື່ອຈັດສັນຄະນະກຳມະການລົງມາຈັດຕັ້ງປະຕິບັດຕາມຂັ້ນຕອນ ໃນການຂໍຕໍ່ໃບອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດລາວ (ມລ) ການຜະລິດສິນຄ້າ, ໃຫ້ຖືກຕ້ອງ ແລະ ຊັດເຈນ, ເພື່ອເກັບກໍາສະພາບການ ແລະ ຊຸກຍູ້, ປັບປຸງຄຸນນະພາບຜະລິດຕະພັນສັງກະສີ ຂອງບໍລິສັນຕິພາບ ສັງກະສີລາວ  ເພື່ອຍົກສູງໃຫ້ສິນຄ້າທີ່ຜະລິດ ແລະ ຈໍາໜ່າຍຢູ່ໃນ ສປປລາວ ເປັນສິນຄ້າທີໄດ້ມາດຕະຖານ ຮັບປະກັນດ້ານຄຸນນະພາບ ກ້າວໄປທຽບເທົ່າລະດັບສາກົນ ໃຫ້ເປັນທີ່ຍອມຮັບທົ່ວສັງຄົມ.

ໃນການເຮັດວຽກຕົວຈິງເບື້ອງຕົ້ນທາງຄະນະກຳມະການກໍ່ໄດ້ກວດກາທາງດ້ານເອກະສານທີ່ກ່ຽວຂ້ອງ ແລະ ໄດ້ລົງຕິດຕາມກວດກາເບີ່ງຂະບວນການຜະລິດຕົວຈີງທຸກຂັ້ນຕອນພ້ອມທັງປະເມີນຕາມຕົວຈິງ ຫຼັ້ງຈາກນັ້ນ ກໍ່ໄດ້ທຳການສຸ່ມເກັບເອົາຕົວຢ່າງແຕ່ລະປະເພດມາກວດສອບຢູ່ຫ້ອງທົດລອງເພື່ອປະເມີນຜົນດ້ານຄຸນນະພາບໂດຍທຽບໃສ່ກັບມາດຕະຖານແຫ່ງຊາດ, ເພື່ອເປັນບ່ອນອິງໃສ່ການຄົ້ນຄວ້າ ແລະ ພິຈາລະນາໃນການຕໍ່ໃບອານຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ບໍລິສັດດັ່ງກ່າວ.

ການລົງເຮັດວຽກໃນຄັ້ງນີ້ສຳເລັດໃນຕອນເຊົ້າຂອງວັນທີ 19 ສິງຫາ 2022.

LEAVE A REPLY

Please enter your comment!
Please enter your name here