ກອງປະຊຸມປືກສາຫາລື ແລະ ຄົ້ນຄວ້າຜ່ານຮ່າງດັດແກ້ມາດຕະຖານນໍ້າມັນກາຊວນ (ສະບັບດັດແກ້ ຄັ້ງທີ3)

0
308

ຕອນເຊົ້າວັນທີ 31 ສິງຫາ 2022 ທີ່ຫ້ອງປະຊຸມ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກອງເລຂາສະພາມາດຕະຖານແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກອງປະຊຸມປືກສາຫາລື  ແລະ ຄົ້ນຄວ້າຜ່ານຮ່າງດັດແກ້ມາດຕະຖານນໍ້າມັນກາຊວນ (ສະບັບດັດແກ້ ຄັ້ງທີ3) ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ທອງດຳ ຂຸນອຸດົມ ຫົວໜ້າ ຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນນຳ້ມັນເຊື້ອໄຟ ແລະ ອາຍແກັສ ພ້ອມດ້ວຍຄະນະ, ຜູ້ຕ່າງໜ້າຈາກ ບໍລິສັດນຳເຂົ້ານໍ້າມັນ ລວມທັງ 37 ທ່ານ. ກອງເລຂາໄດ້ລາຍງານຕໍ່ກອງປະຊຸມ ຄັ້ງນີ້ ກ່ຽວກັບຜ່ານການປຶກສາຫາລື ແລະ ທາບທາມໃນການດັດແກ້ມາດຕະຖານນໍ້າມັນເຊື້ອໄຟ ແລະ ອາຍແກັສ ຄັ້ງວັນທີ 5 ກໍລະກົດ 2022 ແລະ ຜົນການລົງເກັບກຳຂໍ້ມູນເບື້ອງຕົ້ນ ຈາກບັນດາບໍລິສັດ ທີ່ໄດ້ນຳເຂົ້າຍານພາຫະນະ ໃນ ສປປ ລາວ ຈຳນວນໜຶ່ງ ກ່ຽວກັບການນຳໃຊ້ນໍ້າມັນກາຊວນ ເຫັນວ່າ ກຳລັງການຜະລິດນໍ້າມັນໃນປັດຈຸບັນ ຂອງປະເທດຕົ້ນທາງ ແມ່ນມີທ່າແຮງໃນການນຳໃຊ້ນໍ້າມັນກາຊວນທີ່ປະສົມຊີວະພາບ ເຊັ່ນ: B5, B7, B10, B20 ດັ່ງນັ້ນ, ຈຶ່ງໄດ້ມີການຕົກລົງເຫັນດີພິຈາລະນາ ໃນການດັດແກ້ມາດຕະຖານນໍ້າມັນກາຊວນ. ຈຸດປະສົງຂອງການດັດແກ້ມາດຕະຖານ ຄັ້ງນີ້ ມີດັ່ງນີ້:

  1. ປັບປຸງມາດະຕຖານແຫ່ງຊາດໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ການນຳໃຊ້ ຕົວຈິງໃນປະຈຸບັນ ເພື່ອຄຸ້ມຄອງຜະລິດຕະພັນພາຍໃນ ຫຼື ນຳເຂົ້າ ໂດຍສະເພາະການເພີ່ມຊະນິດ, ການກຳນົດຄຸນລັກສະນະ ແລະ ຄຸນນະພາບຂອງນໍ້າມັນກາຊວນ (Diesel) ເຊັ່ນ: B5, B7, B10, B20;
  2. ວິທີການນຳໃຊ້ນໍ້າມັນກາຊວນແຕ່ລະຊະນິດ;
  3. ເອກະສານຊ້ອນທ້າຍ ກ່ຽວກັບການນຳໃຊ້ນໍ້າມັນກາຊວນຂອງຍານພາຫະນະແຕ່ລະປະເພດ.

ຜູ້ເຂົ້າກອງປະຊຸມ ໄດ້ປະກອບຄຳເຫັນທາງດ້ານວິຊາການ ແລະ ເປັນເອກະພາບກັນທາງດ້ານເນື້ອໃນ, ​ເຕັັັກນິກໃສ່ໃນຮ່າງມາດຕະຖານດັ່ງກ່າວຢ່າງກົງໄປກົງມາ.

ຕອນທ້າຍຂອງກອງປະຊຸມທານປະທານ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມທີ່ປະກອບຂໍ້ມູນທາງດ້ານເຕັກນິກ ແລະ ສະເໜີໃຫ້ກອງເລຂາ ຮຽບຮຽງ ຮ່າງມາດຕະຖານດັ່ງກ່າວ ຕາມການປະກອບຄຳເຫັນຂອງຄະນະກຳມະການເຕັກນິກແຫ່ງຊາດ ເພື່ອພິຈາລະນາຮັບຮອງຈາກສະພາມາດຕະຖານແຫ່ງຊາດ ແລະ ສະເໜີ ເຊັ່ນປະກາດໃຊ້ຢ່າງເປັນທາງການ.

LEAVE A REPLY

Please enter your comment!
Please enter your name here