ທ່ານ ຫົວໜ້າກົມມາດຕະຖານ ແລະ ວັດແທກເຂົ້າຮ່ວມກອງປະຊຸມປຶກສາຫາລື ທີ່ ນະຄອນຊິດນີ້ ປະເທດ ອົສຕາລີ
ໃນລະຫວ່າງ ວັນທີ 28 ຫາ 29 ກຸມພາ 2024 ກົມມາດຕະຖານ ແລະ ວັດແທກ ນຳໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ທີ່ນະຄອນ ຊິດນີ້ ປະເທດ ອົສຕາລີ ໂດຍເປັນການຕອບຮັບຄຳເຊີນຈາກ ອົງການມາດຕະຖານອົສຕາລີ(Standards Australia) ເຊິ່ງມີ 6ປະເທດສະມາຊິກອາຊຽນ ເຂົ້າຮ່ວມ ເຊັ່ນ: ກໍາປູເຈຍ, ອີນໂດເນເຊຍ, ຟີລິບປິນ, ໄທ ແລະ ສປປ ລາວ, ຈຸດປະສົງ ເພື່ອປຶກສາຫາລື ທົບທວນແຜນ ແລະ ສ້າງແຜນກິດຈະກໍາທີ່ກ່ຽວຂ້ອງກັບມາດຕະຖານເຕັກໂນໂລຊີທີ່ທັນສະໄໝ ພາຍໃຕ້ໂຄງການ ເຕັກໂນໂລຊີທີ່ສຳຄັນ ແລະ ເກີດຂື້ນໃໝ່ໃນອາຊີຕາເວັນອອກສຽງໃຕ້ (Critical and Emerging Technology South […]